ບໍລິສັດ ນິວຈິບເຊັງ ຈຳກັດ ໄດ້ເອົາໃຈໃສ່ສະກັດກັ້ນປ້ອງກັນ ການແພລະບາດ ຂອງພະຍາດ covid-19 ນັ້ນກໍ່ແມ່ນຍ້ອນຄວາມເປັນຫ່ວງເປັນໃຍຈາກຄະນະຜູ້ອຳນວຍການ ບໍລິສັດ ນິວຈິບເຊັງ ຈຳກັດ

ກັບຄືນ / ລາຍລະອຽດຂ່າວສານ / ຂັບຂີ່ປອດໄພ 2020-03-27
black sample

ບໍລິສັດ ນິວຈິບເຊັງ ຈຳກັດ ໄດ້ເອົາໃຈໃສ່ສະກັດກັ້ນປ້ອງກັນ ການແພລະບາດ ຂອງພະຍາດ covid-19 ນັ້ນກໍ່ແມ່ນຍ້ອນຄວາມເປັນຫ່ວງເປັນໃຍຈາກຄະນະຜູ້ອຳນວຍການ ບໍລິສັດ ນິວຈິບເຊັງ ຈຳກັດ ທີ່ມີຕໍ່ພະນັກງານ ຕະຫຼອດຮອດລູກຄ້າທຸກໆທ່ານທີ່ມາໃຊ້ບໍລິການພວກເຮົາໃຫ້ມີຄວາມປອດໄພ ສູງຂື້ນ ເຊິ່ງມາດຕະການຂອງບໍລິສັດ ວາງອອກດັ່ງນີ້: 1. ແຕ່ງຕັ້ງຄະກຳມະການພາຍໃນ ບໍລິສັດ ເພື່ອຮັບຜິດຊອບ ຮ່ວມກັນ. 2. ເຜີຍແຜ່ເອກະສານວິທີການປ້ອງກັນໃຫ້ແກ່ພະນັກງານໃຫ້ຮັບຮູ້ ຢ່າງທົ່ວເຖິງ. 3. ຫ້າມເດີນທາງໄປວຽກ ຕ່າງແຂວງ ແລະ ປະເທດທີ່ມີການແພ່ ເຊື້ອພະຍາດcovid-19 4. ຈັດຊື້ອຸປະກອນທີ່ຈຳເປັນແຈກຢາຍໃຫ້ແຕ່ລະພະແນກເຊັ່ນ: ອຸປະກອນທຳຄວາມສະອາດ,ແຈກຢາຍໜ້າກາກອະນາໄມໃຫ້ແກ່ ພະນັກງານ,ເຄື່ອງວັດແທກອຸນຫະພູມ ແລະ ອື່ນໆທີ່ຈຳເປັນ 5. ໃຫ້ພະນັກງານອະນາໄມສະຖານທີ່ເຮັດວຽກໃຫ້ສະອາດເປັນປະຈຳ, ພະນັກງານອະນາໄມຕ້ອງໄດ້ເຊັດຖູພື້ນ,ປະຕູທາງເຂົ້າ ອອກ...ເປັນປະຈຳດ້ວຍນ້ຳຢາຂ້າເຊື້ອ. 6. ກວດວັດແທກອຸນຫະພູນທຸກໆຕອນເຊົ້າກ່ອນເຂົ້າການໃຫ້ແກ່ ພະນັກງານ. ຖ້າຫາກພະນັກງານຝ່າຝືນຈະ ຖືກປະຕິບັດລະບຽບ ຂອງບໍລິສັດ. 7. ຖ້າຫາກພະນັກງານຜູ້ໃດມີອາການໄອ,ຈາມ,ເປັນໄຂ້, ເດີນທາງມາ ແຕ່ປະເທດທີ່ມີການແພ່ລະບາດຂອງພະຍາດ covid-19 ແມ່ນ ຫ້າມບໍ່ໃຫ້ມາຫ້ອງການເດັດຂາດ ໃຫ້ກັກຕົວຢູ່ເຮືອນ ຈົນຄົບ 14 ວັນຕາມການແຈ້ງການຂອງລັດຖະບານ ສະບັບເລກທີ 012/ ສພກ 716/03/2020 ແລະ ໃຫ້ໄປກວດຢູ່ໂຮງໝໍທີ່ລັດຖະບານ ກຳນົດໃຫ້, ຫຼືໂທສາຍຫາສາຍດ່ວນ 166. 8. ເວລາໄປຮັບປະທານອາຫານທ່ຽງແມ່ນໃຫ້ຢືນຕໍ່ຄິວກັນຢູ່ຕາມຈຸດ ກຳມະການໄດ້ຈັດວາງໃຫ້, ແລະ ຫ້າມນັ່ງຮັບປະທານອາຫານ ບໍ່ ໃຫ້ເກີນໂຕະລະ 2 ຄົນນັ່ງໃຫ້ຖືກຕາມຈຸດເຄື່ອງໝາຍກຳນົດໃຫ້. 9. ຫຼີກລ້ຽງການໄປສະຖານທີ່ ທີ່ມີຄົນຫຼາຍ, ສະຖານທີ່ມີຄວາມສ່ຽງ 10. ໃຫ້ພະນັກງານລ້າງມືເປັນປະຈຳ,ລ້າງດ້ວຍເຈລທີ່ວາງໄວ້ຕາມ ຈຸດຕ່າງໆ(ພະນັກງານໄປພົວພັນວຽກນອກມາກະຕ້ອງໄດ້ລ້າງມື ດ້ວຍ ເຈລກ່ອນເຂົ້າຫ້ອງການທຸກຄັ້ງ) 11. ພະແນກ IT ໄດ້ກະກຽມການເຮັດວຽກດ້ວຍການສົ່ງຂໍ້ມູນທາງທາງອອນໄລ໌ໃຫ້ແກ່ພະນັກງານໝົດທຸກຄົນສາມາດເຮັດວຽກຢູ່ເຮືອນໄດ (ຖ້າຫາກມີກໍລະນີສຸກເສີນເກີດຂື້ນຢ່າງໄວວາ)

black sample

ບັນຍາດກາດການນັ່ງຮັບປະທານອາຫານທ່ຽງຂອງພະນັກງານບໍລິສັດນິວຈິບເຊັງຈໍາກັດ ,ເພື່ອຈໍາກັດໄລຍະຫ່າງປ້ອງກັນການແຜ່ລະບາດໂລກປອດອັກເສບ ( ໂຄວິດ 19 )

black sample

black sample

black sample

black sample

black sample

black sample